ອິດສະລາແອນ -ຮາມາດ ເຈລະຈາຢຸດຍິງ ໄດ້ຮັບການປະສານງານຄືນໃໝ່ຢູ່ ເອຢິບ
ສຳນັກຂ່າວ ຫວຽດນາມ ລາຍງານວັນທີ 31 ມີນາ 2024 ນີ້ວ່າ: ໄດ້ມີການເຈລະຈາທາງອ້ອມ ລະຫວ່າງ ອິດສະລາແອນ ແລະ ຂະ
ບວນການອິດສະລາມ ຮາມາດ ໄດ້ຮັບການປະສານງານຄືນໃໝ່ໃນວັນທີ 31 ມີນາ ຜ່ານມານີ້ ຢູ່ນະຄອນຫຼວງ ກາຍໂຣ ຂອງ ເອຢິບ. ການ
ເຈລະຈາສືບຕໍ່ໄດ້ຮັບການປົກປ້ອງຈາກບັນດາຜູ້ເປັນກາງສາກົນທີ່ມາຈາກ ອາເມຣິກາ, ເອຢິບ ແລະ ກາຕາ, ເພື່ອແນໃສ່ເປົ້າໝາຍບັນລຸຂໍ້
ຕົກລົງຢຸດຍິງ ໃນໄລຍະຍາວຢູ່ເຂດ ກາຊາ, ພ້ອມກັບເງື່ອນໄຂແລກປ່ຽນຕົວປະກັນ ແລະ ນັກໂທດ ລະຫວ່າງ ອິດສະລາແອນ ແລະ ຮາ
ມາດ. ການເຈລະຈາ ກາຍໂຣໄດ້ຮັບການປະສານງານຄືນໃໝ່ພາຍຫຼັງ 1 ອາທິດ ຮອບເຈລະຈາຢູ່ ນະຄອນຫຼວງ ໂດຮາ, ກາຕາ ບໍ່ສຳເລັດ
ຍ້ອນອິດສະລາແອັນ ແລະ ຮາມາດ ບໍ່ສາມາດແກ້ໄຂຄວາມບໍ່ລົງລອຍກັນກ່ຽວກັບບາງເນື້ອໃນສຳຄັນຂອງຂໍ້ຕົກລົງຢຸດຍິງໄດ້. ຕາມສື່
ມວນຊົນອິດສະລາແອັນໃຫ້ຮູ້ອິກວ່າ: ສະມາຊິກຄະນະປະຕິບັດງານຂອງປະເທດ ທີ່ເຂົ້າຮ່ວມຮອບເຈລະຈາຢູ່ກາຍໂຣໃນວັນທີ 31 ມີນາ
ຜ່ານມາແມ່ນເຈົ້າໜ້າທີ່ໃນສອງອົງການສືບຂ່າວ Shin Bet ແລະ Mossad.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/04/2024